ຂໍ້ກຳນົດການໃຫ້ບໍລິການ
ການໃຊ້ບໍລິການ NTC Overnight Express ຖືວ່າຜູ້ໃຊ້ຍອມຮັບເງື່ອນໄຂການຮັບ-ສົ່ງພັດສະດຸ ການຄິດຄ່າບໍລິການ ແລະ ຂອບເຂດຄວາມຮັບຜິດຊອບຕາມທີ່ບໍລິສັດປະກາດ
ຜູ້ສົ່ງມີໜ້າທີ່ບັນຈຸຫີບຫໍ່ໃຫ້ເໝາະສົມ ລະບຸທີ່ຢູ່ ແລະ ເບີໂທຕິດຕໍ່ໃຫ້ຖືກຕ້ອງ ແລະ ບໍ່ສົ່ງສິນຄ້າຕ້ອງຫ້າມຕາມກົດໝາຍ
ບໍລິສັດຈະດຳເນີນການຂົນສົ່ງດ້ວຍຄວາມລະມັດລະວັງ ຖ້າເກີດຄວາມເສຍຫາຍຈະພິຈາລະນາຕາມເງື່ອນໄຂປະກັນທີ່ລະບຸໃນໃບຮັບພັດສະດຸ
ໄລຍະເວລາຈັດສົ່ງເປັນເປົ້າໝາຍການໃຫ້ບໍລິການ ອາດປ່ຽນແປງຕາມສະພາບຈະລາຈອນ ສະພາບອາກາດ ຫຼື ເຫດສຸດວິໄສ